ສ ອາເມຣິກາ ຈັດສັນງົບປະມານສຸກເສີນ ສ້ອມແປງຂົວຫຼາຍກວ່າ 60 ລ້ານໂດລາ
ສຳນັກຂ່າວຕ່າງປະເທດລາຍງານ ຈາກນະຄອນຫຼວງວໍຊິງຕັນ ຂອງ ສ ອາເມຣິກາ ເມື່ອວັນທີ 28 ມີນາ 2024 ນີ້ວ່າ: ກະຊວງຄົມມະ
ນາຄົມ ສ ອາເມຣິກາ ໄດ້ອອກຖະແຫຼງການເລື່ອງການຈັດສັນ ງົບປະມານສຸກເສີນ ເບື້ອງຕົ້ນ 60 ລ້ານໂດລາ ສະຫະລັດ ໃຫ້ແກ່ ລັດແມຣິ
ແລນ ເພື່ອຟື້ນຟູ ຂົວຟຣານຊີສ ສະກອດຄີ ຢູ່ເມືອງ ບັລຕີມໍຣ ເຊິ່ງພັງຖະຫລົ່ມລົງມາທັງໝົດ ພາຍຫຼັງຖືກກຳປັ່ນບັນທຸກສິນຄ້າຕ້າຫຼີ່ ຂອງ
ສິງກະໂປ ຕຳໃສ່ ເມື່ອບໍ່ດົນມານີ້. ເຊິ່ງນັກວິເຄາະເວົ້າວ່າ: ຄ່າໃຊ້ຈ່າຍທັງໝົດ ຂອງໂຄງການ ດັ່ງກ່າວ ເຊິ່ງລັດຖະບານກາງຈະເປັນຜູ້ຮັບຜິດ
ຊອບເກືອບ 600 ລ້ານໂດລາ ສະຫະລັດ ແລະ ອາດຈະເພີ່ມສູງຂຶ້ນເຖິງ 2.000 ຕື້ໂດລາ ສະຫະລັດ. ສ່ວນໄລຍະເວລາ ຂອງການດຳເນີນ
ງານທັງໝົດ ຍັງບໍ່ສາມາດກຳນົດໄດ້ຢ່າງຊັດເຈນ. ທັງນີ້, ກຳປັ່ນຕ້າຫຼີ່ ເຊິ່ງບັນທຸກຕູ້ສິນຄ້າ ຈຳນວນ 4.700 ຕູ້ ໄດ້ຕຳເຂົ້າກັບ ຂົວຟຣານຊີສ
ສະກອດຄີ ພາຍໃນເວລາພຽງ 2 ນາທີ ຫຼັງຈາກພະນັກງານກຳປັ່ນໄດ້ສົ່ງສັນຍານ ຂໍຄວາມຊ່ວຍເຫຼືອ , ເນື່ອງຈາກເຄື່ອງຈັກດັບ ແລະ ພະຍາ
ຍາມທອດສະມໍ ເພື່ອບໍ່ໃຫ້ກຳປັ່ນເຄື່ອນເຂົ້າໄປປະທະກັບຂົວແຕ່ບໍ່ທັນການ. ປັດຈຸບັນ, ສຳນັກງານຕຳຫຼວດລັດແມຣິແລນ ໄດ້ຢືນຢັນວ່າ
ກວດຄົ້ນເອົາຮ່າງຜູ້ເສຍຊີວິດມາໄດ້ 2 ຄົນ ຈາກທັງໝົດ 6 ຄົນ ທີ່ເສຍຊີວິດ ແລະ ສູນຫາຍ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 03/04/2024